• ປະເທດສິງກະໂປກັບການຈັດການຂີ້ເຫຍື້ອທີ່ບໍ່ມີຜົນຕໍ່ສະພາບອາກາດ.

        ບັນຫາຂີ້ເຫຍື້ອແມ່ນມີການເພີ່ມຂື້ນໃນທຸກໆມື້ ເຊິ່ງໃນການແກ້ໄຂບັນຫາຈຸດນີ້ໃນບ້ານເຮົານັ້ນຍັງຖືວ່າບໍ່ທັນມີປະສິດທິພາບຫຼາຍເທົ່າທີ່ຄວນປານໃດ. ໃນການຈັດການຂີ້ເຫຍື້ອໃນບ້ານເຮົານີ້ສ່ວນຫຼາຍຍັງເປັນການຈູດ ຫຼື ເຜົາທຳມະດາ ເຊິ່ງມັນຈະສົ່ງຜົນໃຫ້ເກີດຄວັນສີດຳທີ່ໄປທຳລາຍຊັ້ນບັນຍາກາດ ເຮັດໃຫ້ສະພາບອາກາດເກີດການປ່ຽນແປງ ຈົນນຳໄປສູ່ບັນຫາພາວະໂລກຮ້ອນໃນທີ່ສຸດ ໃນປະເທດສິງກະໂປນັ້ນມີວິທີການຈັດການກັບຂີ້ເຫຍື້ອ ແລະ ສາມາດສ້າງປະໂຫຍດໄດ້ອີກ ເຊິ່ງເປັນສິ່ງທີ່ຈະມານຳສະເໜີໃນບົດຄວາມນີ້.
        ໃນປັດຈຸບັນປະເທດສິງກະໂປໄດ້ຂໍຄວາມຮ່ວມມືກັບປະຊາຊົນເພື່ອໃຫ້ພວກເຂົາຮວບຮວມ ແລະ ຄັດແຍກຂີ້ເຫຍື້ອທີ່ສາມາດນຳມາໃຊ້ຄືນໃໝ່ໄດ້, ບໍ່ສາມາດນຳມາໃຊ້ໃໝ່ໄດ້ ແລະ ຂີ້ເຫຍື້ອອື່ນໆ.
        ແລ້ວຈະນຳຂີ້ເຫຍື້ອປະເພດທີ່ບໍ່ສາມາດນຳກັບມາໃຊ້ໄດ້ນັ້ນ ຫຼື ຂີ້ເຫຍື້ອປະເພດເສດເຫຼືອ ແມ່ນນຳໄປເຜົາທີ່ເຕົາເຜົາທີ່ສາມາດສ້າງກະແສໄຟຟ້າໄດ້ ໂດຍທີ່ການເຜົາຈະບໍ່ສ້າງຄວັນທີ່ເປັນອັນຕະລາຍຕໍ່ສະພາບແວດລ້ອມ ແລະ ຊັ້ນບັນຍາກາດ, ເຂົາເຈົ້າຈະມີການແປງເປັນໃຫ້ເປັນຄວັນທີ່ສະອາດຈື່ງປ່ອຍສູ່ອາກາດ.
        ໃນການເຜົານັ້ນແມ່ນສາມາດສ້າງກະແສໄຟຟ້າໄດ້ ແລະ ໄດ້ໝູນໃຊ້ພາຍໃນປະເທດ, ໃນສ່ວນຂອງເຖົ່ານັ້ນພວກເຂົາກໍນຳໄປຖົມທະເລເພື່ອສ້າງເກາະດອນເປັນພື້ນທີ່ດິນ ເນື່ອງຈາກປະເທດສິງກະໂປນັ້ນເປັນປະເທດທີ່ມີພື້ນທີ່ດິນໜ້ອຍ ແລະ ພື້ນທີ່ສ່ວນຫຼາຍແມ່ນເປັນທະເລ.
        ທັງໝົດນີ້ເປັນການຈັດການບັນຫາຂີ້ເຫຍື້ອພາຍໃນປະເທດສິງກະໂປເຊິ່ງມັນກໍມີຄວາມເໝາະສົມກັບການຈັດການແບບນີ້ ເນື່ອງຈາກເຂົາໄດ້ໄດ້ຮັບຜົນປະໂຫຍດຈາກການ ເຜົາຂີ້ເຫຍື້ອຫຼາຍດ້ານພໍສົມຄວານຄວນ.
         ເຊິ່ງໃນປະເທດເຮົາກໍຄວນຫາວິທີທີ່ເໝາະສົມ ເພື່ອບໍ່ໃຫ້ການຈັດການກັບບັນຫານີ້ສ້າງຄວາມເສຍຫາຍ ຫຼື ສ້າງຜົນກະທົບແກ່ສະພາບອາກາດ0 ເຮັດໃຫ້ສະພາບອາກາດເກີດມີການປ່ຽນແປງ.
        ໂດຍການເລີ່ມຈາກຕົວຂອງບຸກຄົນ,ຄອບຄົວ ແລະ ຊຸມຊົນເຊັ່ນ ການງົດໃຊ້ຖົງປລາສຕິກ ການຄັດແຍກຂີ້ເຫຍື້ອໂດຍສະເພາະ ການນຳໃຊ້ສິ່ງຂອງຣິໄຊເຄິລທີ່ສາມາດກັບມານຳໃຊ້ໄດ້ອີກ ການແຍກເສດອາຫານເພື່ອນຳໄປເຮັດປຸຍຊີວະພາບ ແລະ ວິທີອື່ນໆອີກ ເພື່ອເປັນການຮັກໂລກ ແລະ ປົກປ້ອງໂລກບໍ່ໃຫ້ເກີດໄພຕ່າງໆທີ່ຮູນແຮງໄປກວ່ານີ້.

ຂໍຂອບໃຈເອກະສານອ້າງອີງ ແລະ ຮູບຈາກ:

- https://greennews.agency
- https://www.greenpeace.org
- https://www.seub.or.th
- https://lifestyle.socialgiver.com
- https://www.reanrooclimatechange.com
- https://www.freepik.com
- https://undraw.co
- https://climate-science.com
- https://today.line.me/th/v2/
- https://www.greenpeace.org/thailand/