• ການແກ້ໄຂປັນຫາຂອງການປ່ຽນແປງສະພາບພູມອາກາດ.

        ປັນຫາການປ່ຽນແປງສະພາບພູມອາກາດ ຫຼື Climate Change ໃນມື້ນີ້ຈະບໍ່ແມ່ນເລື່ອງຕະຫລົກອີກຕໍ່ໄປ, ຜົນກະທົບຕໍ່ວິຖີຊີວິດຂອງຄົນແລະສິ່ງມີຊີວິດອື່ນໆ ທົ່ວໂລກສາມາດເບິ່ງເຫັນໄດ້ຢ່າງຈະແຈ້ງ ຫຼາຍຄົນອາດຈະຮູ້ສຶກໄດ້ຈາກລະດູຮ້ອນທີ່ ຮ້ອນກວ່າເມື່ອກ່ອນ. ທ່ານຮູ້ບໍ່ວ່າໃນເວລາ 5 ປີແຕ່ປີ 2014 ເຖິງ 2018 ຖືເປັນຊ່ວງເວລາທີ່ໂລກເຮົາມີອຸນຫະພູມສູງທີ່ສຸດໃນປະຫວັດສາດໂລກທີ່ເຄີຍບັນທຶກມາຕະຫຼອດ 139 ປີໂດຍ National Oceanic and Atmospheric Administration (NOAA) ນອກຈາກສະພາບອາກາດທີ່ຮ້ອນຂຶ້ນແລ້ວ, Climate Change ຍັງເປັນສາເຫດຂອງໄພພິບັດທາງທຳມະຊາດຫຼາຍຢ່າງໃນປີ 2018 ໂລກໄດ້ສູນເສຍຫຼາຍລ້ານໂດລາ, ເຊິ່ງມີປະຊາຊົນຫຼາຍກວ່າ 60 ລ້ານຄົນໄດ້ຮັບຜົນກະທົບຈາກໄພພິບັດເຫລົ່ານັ້ນ.
        ຖ້າຫາກວ່າຕົວເລກຂະໜາດນີ້ຍັງບໍ່ທັນໄດ້ເຮັດໃຫ້ພວກທ່ານຕົກໃຈ ອີງຕາມການສຶກສາຈາກ University of East Anglia, The James Cook University ແລະ World Wildlife Fund ບອກວ່າ ສິ່ງທີ່ມີຊີວິດຫຼາຍສາຍພັນຈະຫາຍໄປໃນຊ່ວງຊີວິດຂອງເຮົາ ຈາກຜົນກະທົບຂອງ Climate Change ແລະ ຫາກອຸນຫະພູມໂລກສູງຂຶ້ນພຽງ 4,5 ອົງສາເຊວຊຽດ (ເຊິ່ງຈະເກີດຂຶນເມື່ນສິ້ນສຸດສະຕະວັດນີ້) ພັນພືດ ແລະ ສັດຈະຫາຍໄປເກືອບເຄິ່ງ ໃນຖິ່ນກຳເນີດຂອງມັນ ເມື່ອໝົດສະຕະວັດ ຫຼື ປີ 2100 ມັນອາດຈະເບິ່ງວ່າຍັງອີກຍາວໄກສຳລັບຫຼາຍໆຄົນ ແຕ່ມັນອາດຈະເປັນຍຸກທີ່ລູກຫຼານຂອງພວກເຮົາຕ້ອງປະສົບພົບພໍ້ໃນອະນາຄົດ ຫາກພວກເຮົາບໍ່ຮ່ວມກັນຮັມມືຢ່າງຈິງຈັງ.
        ໃນເມື່ອເຮົາຮູ້ແບບນີ້ແລ້ວ ທ່ານຄິດວ່າມັນຮອດເວລາແລ້ວຫຼືຍັງທີ່ຈະຕ້ອງປັບຕົວເພື່ອຮັບມືກັບບັນຫາ Climate Change ຢ່າງຈິງຈັງ ພວກເຮົາຈິ່ງຢາກນໍາສະເໜີ 4 ວິທີການຮັບມືກັບ Climate Change ດັ່ງນີ້:

1. ປ່ຽນພິດຕິກໍາການໃຊ້ລົດ.

         ສິ່ງທີ່ສຳຄັນທີ່ສຸດໃນການຮັບມືກັບ Climate Change ຄື ການຈຳກັດການໍາໃຊ້ Fossil Fuel ເຊັ່ນ: ນ້ຳມັນ, ຖ່ານຫິນ ແລະ ກາສທຳມະຊາດ ເນື່ອງຈາກ CO2 ຈາກການເຜົາໄໝ້ໂດຍສະເພາະ ພະລັງງານທີ່ເຮົາໃຊ້ໃນການເດີນທາງ ແລະ ການໃຊ້ໄຟຟ້າ ຖືເປັນກາສເຮືອນແກ້ວທີ່ມີຜົນໃຫ້ເກີດພາວະໂລກຮ້ອນໄດ້ຫຼາຍທີ່ສຸດ ຈາກລາຍງານປີ 2017 ໂດຍນິໂຄລາສ ຈາກສູນການສຶກສາຄວາມຄວາມຢັ້ງຢືນ Lund University (LUSSUS) ໄດ້ກ່າວໄວ້ວ່າ ການເລືອກທີ່ຈະບໍ່ໃຊ້ລົດສ່ວນຕົວເປັນວິທີທີ່ມີປະສິດທິພາບຫຼາຍທີສຸດຈາກ 148 ທາງເລືອກທີ່ສາມາດຫຼຸດປັນຫາ Climate Change, ໂດຍສາມາດເລືອກການເດີນທາງດ້ວຍວິທີອື່ນແທນ ເຊັ່ນ: ການໃຊ້ລະບົບຂົນສົ່ງສາທາລະນະ ການຂີ່ລົດຖີບ ແລະ ການຍ່າງ.

2. ປ່ຽນພຶດຕິກຳການບໍລິໂພກ ຫຼຸດການບໍລິໂພກຊີ້ນ.

        ທຸລະກິດອາຫານເປັນປັດໃຈສຳຄັນໃນການເກີດ Climate Change ເປັນອັນດັບ 2 ຮອງຈາກ ອຸດສາຫະກຳ Fossil Fuel ໂດຍສະເພາະການຜະລິດຊີ້ນງົວ ແລະ ຊີ້ນໝູ ລວມທັງຜະລິດຕະພັນກ່ຽວກັບນົມ ມີການປະເມີນວ່າ ຖ້າຫາກສັດປະເພດງົວ, ຄວາຍ ມີປະເທດເປັນຂອງຕົນເອງ ປະເທດນັ້ນຈະເປັນຕົວການໃນການປ່ອຍກາສເຮືອນແກ້ວເປັນອັນດັບ 3 ຂອງໂລກ ຮອງຈາກ 2 ປະເທດມະຫາອຳນາດ ເຊັ່ນ: ປະເທດຈີນ ແລະ ສະຫະລັດອາເມຣິກາ.
         ຫຼາຍຄົນອາດຈະສົງໃສວ່າງົວຄວາຍສາມາດປ່ອຍກາສເຮືອນແກ້ວໄດ້ແນວໃດ? ຄຳຕອບກໍຄື ການໄລລົມໃນຂະບວນການຍ່ອຍອາຫານຂອງສັດຈຳພວກນີ້ຈະມີການປ່ອຍສານ ມີເທນ ອອກມາເປັນຈຳນວນຫຼາຍ ແລະ ລວມທັງຂັ້ນຕອນການຜະລິດອາຫານສັດຈຳພວກນີ້ ເຊັ່ນ: ສາລີ ແລະ ຖົ່ວເຫຼືອງ ຈະຕ້ອງໃຊ້ພື້ນທີ່ໃນການປູກ, ປຸຍ ແລະ ນ້ຳໃນປະລິມານທີ່ຫຼາຍ ແລະ ລວມທັງຂັ້ນຕອນໃນການຜະລິດຊີ້ນໃນປັດຈຸບັນ ຍັງບໍ່ມີປະສິດທິພາບເມື່ອທຽບກັບອາຫານອື່ນໆ ຖ້າຫາກເຮົາສາມາດຫຼຸດການບໍລິໂພກສັດຈຳພວກນີ້ໄດ້ຮອດເຄິ່ງ ເຮົາຈະສາມາດຫຼຸດ Carbon Footprint ຈາກອາຫານໄດ້ເຖິງ 40%.
        ຢ່າງໃດກໍຕາມ ບໍ່ຈຳເປັນວ່າເຮົາຈະຕ້ອງຢຸດການບໍລິໂພກເນື້ອສັດເພື່ອຊ່ວຍໂລກ ແຕ່ການປັບຕົວເປັນ Flexitarian ໂດຍການບໍລິໂພກໂປຕີນຈາກເນື້ອສັດໜ້ອຍລົງ ນອກຈາກຈະຊ່ວຍຫຼຸດກາສເຮືອນແກ້ວໄດ້ແລ້ວ ມັນຍັງດີຕໍ່ສຸຂະພາບຂອງພວກເຮົາອີກດ້ວຍ.

3. ໃຊ້ພະພລັງງານໝູນວຽນ ສະໜັບສະໜູນພະລັງງານສະອາດ.

        ນອກຈາກຫຼຸດການໃຊ້ພະລົງງານແລ້ວ ອີກວິທີໜຶ່ງທີ່ຄວນເຮັດຄວບຄູ່ກັນໄປ ນັ້ນກໍຄືການເລືອກໃຊ້ພະລັງງານໝູນວຽນແທນການໃຊ້ພະລັງງານ Fossil Fuel ປັດຈຸບັນພະລັງງານໝູນວຽນເຊັ່ນ: ພະລັງງານລົມ, ພະລັງງານແສງອາທິດ ແລະ ຊີວະພະລັງງານ ເລີ່,ມີລາຄາສູງທົ່ວໂລກ ແລະ ຈຳນວນຜູ້ຜະລິດ ແລະ ຜູ້ໃຊ້ພະລັງງານສະອາດກໍສູງຂຶຶ້ນຢ່າງຕໍ່ເນື່ອງ ໂດຍມີລາຍງານປີ 2018 ຈາກ International Renewable Energy Agency (Irena) ລະບຸວ່າ ລາຄາພະລັງງານໝູນວຽນຈະຢູ່ໃນລະດັບດຽວ ຫຼື ລາຄາຖືກກວ່າລາຄາ Fossil Fuel ໃນອະນາຄົດ ຖ້າຫາກຜູ້ຜະລິດ , ຜູ້ບໍລິໂພກ ລວມເຖິງລັດຖະບານໃຫ້ຄວາມສໍາຄັນພະລັງງານໝູນວຽນຫຼາຍຂຶ້ນ ເຊັ່ນ: ລົງທຶນຕິດຕັ້ງແຜງໂຊລາເຊວທີ່ຫຼັງຄາເຮືອນ ແລະ ໂຮງງານ, ສະໜັບສະໜູນອຸດສາຫະກຳທີ່ໃຊ້ພະລັງງານສະອາດ ເຊັ່ນ: ລົດໄຟຟ້າ(Electronic Vehicle:EV) ເຊິ່ງນອກຈາກຈະສາມາດຊ່ວຍຫຼຸດກາສເຮືອນແກ້ວແລ້ວ ຍັງເປັນການປັບຕົວເພື່ອຮອງຮັບອະນາຄົດອີກດ້ວຍ.

4. ສຶກສາຂໍ້ມູນ Carbon Footprint ກ່ອນເລືອກຊື້.

        ແນ່ນອນວ່າສິ່ງຂອງທຸກຢ່າງທີ່ທ່ານຊື້ມີ Carbon Footprint ບໍໍ່ວ່າ CO2 ຈະເກີດຈາກຂັ້ນຕອນການຜະລິດ ຫຼືການຂົນສົ່ງເຊັ່ນ: ສຳລັບອຸດສາຫະກຳເສື້ອຜ້າ, ເຄື່ອງນຸ່ງຫົ່ມ ມີສ່ວນປ່ອຍ CO2 ສູງເຖິງ 3% ຈານປະລິມານການຜະລິດ CO2 ທັງໝົດ.
        ເຊິ່ງສະຫຼາກ Carbon Footprint ກໍມີຫຼາຍປະເພດເຊັ່ນ: Carbon Label, Carbon Footprint Label , Carbon Footprint Reduce Lebel ແລະ ອື່ນໆ, ເຊິ່ງແຕ່ລະປະເພດກໍຈະສະແດງຂໍ້ມູນການປ່ອຍກາສເຮືອນແກ້ວ ເພື່ອໃຫ້ຜູ້ບໍລິໂພກໃຊ້ໃນການຕັດສິນໃຈຊື້ສິນຄ້າ.

ຂໍຂອບໃຈເອກະສານອ້າງອີງ ແລະ ຮູບຈາກ:

- https://greennews.agency
- https://www.greenpeace.org
- https://www.seub.or.th
- https://lifestyle.socialgiver.com
- https://www.reanrooclimatechange.com
- https://www.freepik.com
- https://undraw.co
- https://climate-science.com
- https://today.line.me/th/v2/
- https://www.greenpeace.org/thailand/